V1 :
ກໍ່ຮູ້ວ່າຮັກເຮົາສອງ
ມັນຕ່າງຄົນຕ່າງໄປບໍ່ໄດ້
ແລະຮູ້ວ່າໃຈເຮົາສອງ
ມັນບໍ່ຍອມຈະຈາກກັນໄປ
ບໍ່ຮູ້ຈະເຮັດຈັ່ງໃດ
ກໍ່ເລີຍຕ້ອງຢູ່ແບບນີ້ເລື້ອຍໆໄປ
ຢາກຮັກກັນຊົ່ວນິລັນ
ແຕ່ເປັນຫຍັງຕ້ອງເປັນແບບນີ້
ແລະຄົນທີ່ເຂົາຮັກກັນ
ຢາກຈະຖາມມັນຜິດອັນໃດ
ຕ້ອງມາກີດກັ້ນກັນໄວ້
ຕ້ອງຈາກຫ່າງກັນໄປບໍ່ເຂົ້າໃຈ
PHOOK :
ໂຊກສະຕາຂອງເຮົາທັງສອງຮັກກັນ
ຄົງມາໄດ້ພຽງເທົ່ານີ້
ແລະເລື່ອງລາວດີດີ
ທີ່ມີໃຫ້ກັນຄົງເປັນພຽງຄວາມຊົງຈຳ
ຕ່າງຄົນຕ່າງຢາກຈະຢື້
ແຕ່ຈຳເປັນຕ້ອງຈະໄປ
ແລະຂ້ອຍຍິ່ງຢື້ເທົ່າໃດ
ກໍ່ເຮັດເຈົ້າເຈັບເທົ່ານັ້ນ
ຕ້ອງປ່ອຍເຈົ້ານັ້ນໄປກັບເຂົາ
ຮັກນີ້ຈົບພຽງທີ່ເຮົາ
ໃຫ້ມັນເສຍໃຈແຕ່ຂ້ອຍນີ້ຜູ້ດຽວ
HOOK :
ຈົບທີ່ເຮົາເບົາທີ່ສຸດ
ຂ້ອຍຈະໄປເອງໃຫ້ເຈົ້ານັ້ນຢຸດ
ຢູ່ກັບເຂົາຄວາມເຫງົາທີ່ເຫຼືອ
ໃຫ້ມັນເປັນຂ້ອຍພຽງຄົນດຽວ
ທີ່ຈະເປັນຄົນຮັບມັນແລະແບກໄວ້
ຢູ່ກັບໃຈດວງດຽວທີ່ແຕກໄປ
ເຖິງຮູ້ວ່າມັນຕ້ອງເຈັບແຕ່ກໍ່ຕ້ອງຍອມ
ພຽງແຕ່ເຫັນເຈົ້າມີຄວາມສຸດ
ຂ້ອຍກໍ່ດີໃຈເຖິງແມ່ນຈະຈຸກ
ດອກໄມ້ນັ້ນມັນຄວນຈະເປັນຂ້ອຍທີ່
ຮັກສາແລ້ວຫ່ວງໃຍ
ຄົນທີ່ຈະດູແລເຈົ້າທັງຊິວິດ
ຕໍ່ຈາກນີ້ຄົງບໍ່ແມ່ນຂ້ອຍແລ້ວ
ຖ້າຫາກຊາດຫນ້າມີຈິງກໍ່
ຂໍໃຫ້ເຮົາທັງສອງໄດ້ຮັກກັນ
V2 :
ໄດ້ເຫັນເຈົ້າມີຄວາມສຸກ
ໃຈຂ້ອຍອຸ່ນໄປນິດຫນື່ງ
ແຕ່ກໍ່ແອບເສຍໃຈຄົນດຽວ
ໂດຍທີ່ບໍ່ໃຫ້ຜູ້ໃດເຫັນ
ຕ້ອງຍິ້ມທັງທີ່ໃຈເຈັບ
ແຕ່ຕ້ອງເກັບອາການນີ້ໄວ້
ໃຫ້ຂ້ອຍເສຍໃຈ
ຜູ້ດຽວຮ້ອງໃຫ້ຜູ້ດຽວກໍ່ພໍແລ້ວ
ស្តាប់ ຈົບທີ່ເຮົາເບົາທີ່ສຸດ ( จบที่เราเบาที่สุด ) នៅលើ Youtube
ចែករំលែកទៅកាន់: